top of page
ແມ່ແບບ.jpg

  ເງື່ອນ​ໄຂ​​ໃນ​ການ​ຝາກ​ເງິນ :

  • ການເປີດບັນຊີ​ເງິນຝາກປະຢັດ (ບໍ່ມີກຳນົດ) ຄັ້ງທໍາອິດ (ເປີດບັນຊີໃໝ່) ບໍ່ໃຫ້ຫຼຸດ 10.000 ກີບ ບໍ່ຈໍາກັດຈໍານວນເງິນຝາກສູງສຸດ.

  • ລູກຄ້າສາມາດຖອນເງິນຝາກປະຢັດເປັນເງິນສົດໄດ້ສູງສຸດ 200.000.000 ກີບ/ມື້ (ຖ້າລູກຄ້າມີຄວາມຈໍາເປັນຖອນເກີນຕາມທີ່ລະບຽບກຳນົດໄວ້ ແມ່ນໃຫ້ເຮັດໃບສະເໜີຂໍຖອນເງິນລ່ວງໜ້າ 03 ວັນ.

  • ເວລາຖອນເງິນທຸກຄັ້ງຕ້ອງຮັກສາຈໍານວນເງິນໃນບັນຊີບໍ່ໃຫ້ຕໍ່າກວ່າຈໍານວນຝາກຕໍ່າສຸດໃນເບື້ອງຕົ້ນ (ໃຫ້ເຫຼືອໄວ້ໃນບັນຊີ 10.000 ກີບ) ຍົກເວັ້ນການປິດບັນຊີຈຶ່ງຖອນໄດ້ໝົດ.

  • ຜູ້ຝາກຕ້ອງເຊັນຕົວຢ່າງລາຍເຊັນເກັບໄວ້ນຳ ສກຈຮສສ ເພື່ອຈະສົມທຽບເວລາຖອນເງິນ.

  • ເຈົ້າຂອງບັນຊີຕ້ອງຮັກສາປື້ມເງິນຝາກນີ້ໄວ້ທີ່ປອດໄພ, ຖ້າປື້ມເສຍຫາຍຕ້ອງແຈ້ງໃຫ້ ສກຈຮສສ ຊາບໂດຍດ່ວນ.

  • ຄ່າ​ທຳ​ນຽ​ມ​ໃນ​ການ​ເປີດ​ບັນ​ຊີ​ໃໝ່ 10.000 ກີບ/1ຄັ້ງ.

  • ໃນກໍລະນີຂໍອອກປື້ມຫົວໃໝ່ ສກຈຮສສ ຈະເກັບຄ່າທໍານຽມ 20.000 ກີບ.

  • ຜູ້ຝາກເງິນຈະຕ້ອງນໍາປື້ມເງິນຝາກມານໍາທຸກໆຄັ້ງທີ່ມີການພົວພັນກັບ ສກຈຮສສ.

  • ສກຈຮສສ ຈະຄິດໄລ່ ດອກເບ້ຍ​ເງິນຝາກປະຢັດ 02 ຄັ້ງຕໍ່ປີ ທ້າຍເດືອນ ມິຖຸນາ ແລະ ທ້າຍເດືອນ ທັນວາ (ແຕ່ພິມປຶ້ມໄດ້ໃນວັນທີ 01 ເດືອນ 07 ແລະ ວັນທີ 01 ເດືອນ 01 ຂອງທຸກໆປີ) ດ້ວຍອັດຕາດອກເບ້ຍທີ່ປະກາດໃຊ້ໃນຊ່ວງເວລາດັ່ງກ່າວ.

 

   ການ​ປະກອບ​ເອກ​ກະສາ​ນ​ເງິນ​ຝາກ:

   ເອກະສານສໍາລັບບຸກຄົນ

  • ບັດປະຈຳຕົວ / ສຳມະ​ໂນ​ຄົວ/ໜັງສື​ເດີນທາງ

  • ແບບ​ຟອມ​ເປີດ​ບັນຊີ ຂອງ ສກຈຮ ສາຍ​ໃຍສຳພັນ

   ເອກະສານສໍາລັບບໍລິສັດ-ກົມກອງ

  • ​ບັດປະຈຳຕົວ / ສຳມະ​ໂນ​ຄົວ/ໜັງສື​ເດີນທາງ ​ຜູ້​ທີ່​ໄດ້​ຮັບ​ອະນຸຍາດ​ໃນ​ການ​ເຄື່ອນ​ໄຫວ​ທາງ​ດ້ານ​ບັນຊີ

  • ​​ໃບ​ທະບຽນວິ​ສາ​ຫະກິດ,​ໃບ​ທະບຽນອາກອນ,​ໃບ​ອະນຸຍາດ​ໃນ​ການ​ລົງ​ທຶນ,ຂໍ້​ຕົກລົງ,​ເອກະສານ​ອື່ນໆ...

  • ແບບ​ຟອມ​ເປີດ​ບັນຊີ ຂອງ ສກຈຮ ສາຍ​ໃຍສຳພັນ

 

  ຜົນ​ໄດ້​ຮັບ:

​   ເປັນ​ບັນຊີ​ເງິນ​ຝາກ​ປະຢັດ ທີ່​ຊ່ວຍ​ທ່ານ​ໃນ​ການ​ທ້ອນ​ເງິນ ​ເພື່ອ​ບັນລຸ​ໃນ​ເປົ້າໝາຍທີ່​ທ່ານ​ຕັ້ງ​ໄວ້,ຊ່ວຍ​ທ່ານ​ເກັບ​ຮັກສາ​ເງິນ​ຢ່າງ​ປອດ​ໄພ​ແລະ​ປ້ອງ​ກັນ​ການ​ສູນຫາຍ,ສາມາດ​ນຳ​ໃຊ້​ຂໍ້​ມູນ​ດັ່ງກ່າວ​​ເພື່ອຢັ້ງຢືນຖານະ​ການ​ເງິນ​ໄດ້,ສະດວກ​​ໃນ​ເວລາ​ຝາກ-​ຖອນ ​ແລະ ທີ່​ສຳຄັນ​ໄດ້​ຮັບ​ຜົນ​ຕອບ​ແທນ ຈາກ​ການ​ຝາກ​ເງິນ ນຳ ສກຈຮ ສາຍ​ໃສ​ຍຳ​ພັນ ກໍ່​ຄື​ໄດ້​ຮັບດອກເບ້ຍ​ເງິນຝາກປະຢັດ ຈາກ ສກຈຮ ສາຍ​ໃຍ​ສຳພັນ ​ເຊິ່ງ ສກຈຮສາຍ​ໃຍ​ສຳພັນ ຈະຄິດໄລ່ ດອກເບ້ຍ​ເງິນຝາກປະຢັດ 02 ຄັ້ງຕໍ່ປີ ທ້າຍເດືອນ ມິຖຸນາ ແລະ ທ້າຍເດືອນ ທັນວາ.

  ເງື່ອນ​ໄຂ​​ໃນ​ການ​ຝາກ​ເງິນ :

  • ການເປີດບັນຊີເງິນຝາກມີກໍານົດ ຄັ້ງທໍາອິດ (ເປີດບັນຊີໃໝ່) ບໍ່ໃຫ້ຫຼຸດ 5.000.000 ກີບ (ຫ້າລ້ານກີບ).

  • ຕ້ອງຮັກສາຈໍານວນເງິນໃນການຝາກເບື້ອງຕົ້ນຈົນກວ່າຈະຄົບກໍານົດຝາກຕາມລະບຽບທີ່ ສກຈຮສສ ໄດ້ວາງອອກ.

  • ໃນກໍລະນີຜູ້ຝາກຫາກເກີດຄວາມຈໍາເປັນຕ້ອງໃຊ້ເງິນແມ່ນມີສິດຖອນເງິນຈໍານວນດັ່ງກ່າວໄດ້ແຕ່ທາງ ສກຈຮສສ ຈະຄິດໄລ່ອັດຕາດອກເບ້ຍເງິນຝາກມີກໍານົດ ທີ່ຝາກຜ່ານມາເປັນອັດຕາດອກເບ້ຍຝາກປະຢັດທີ່ປະກາດໃຊ້ໃນແຕ່ລະໄລຍະ ແລະ ຈະປະຕິບັດຕາມລະບຽບເງິນຝາກ ທີ່ທ່ານ ລູກຄ້າໄດ້ອ່ານ ແລະ ເຊັນຮັບຮູ້ ກ່ອນການຝາກເງິນ. 

  • ຜູ້ຝາກຕ້ອງເຂົ້າມາປິດບັນຊີເງິນຝາກມີກໍານົດຂອງຕົນ ພາຍຫຼັງທີ່ຄົບກໍານົດໄລຍະການຝາກແລ້ວ, ຖ້າກໍລະນີຄົບກໍານົດລູກຄ້າບໍ່ມາປິດບັນຊີ ອັດຕາດອກເບ້ຍທີ່ຝາກເກີນໄລຍະທີ່ກໍານົດຈະຄິດໄລ່ເປັນອັດຕາດອກເບ້ຍຝາກປະຢັດທີ່ປະກາດໃຊ້ໃນແຕ່ລະໄລຍະແບບອັດຕະໂນມັດ.

  • ຜູ້ຝາກຕ້ອງເຊັນຕົວຢ່າງລາຍເຊັນເກັບໄວ້ນຳ ສກຈຮສສ ເພື່ອຈະສົມທຽບເວລາຖອນເງິນ.

  • ເຈົ້າຂອງບັນຊີຕ້ອງຮັກສາປື້ມເງິນຝາກນີ້ໄວ້ທີ່ປອດໄພ, ຖ້າປື້ມເສຍຫາຍຕ້ອງແຈ້ງໃຫ້ ສກຈຮສສ ຊາບໂດຍດ່ວນ.

  • ຄ່າທຳນຽມໃນການເປີດບັນຊີໃໝ່ 10.000 ກີບ/1ຄັ້ງ

  • ໃນກໍລະນີຂໍອອກປື້ມຫົວໃໝ່ ສກຈຮສສ ຈະເກັບຄ່າທໍານຽມ 20.000 ກີບ.

  • ຜູ້ຝາກເງິນຈະຕ້ອງນໍາປື້ມເງິນຝາກມານໍາທຸກໆຄັ້ງທີ່ມີການພົວພັນກັບ ສກຈຮສສ.

  • ສກຈຮສສ ຈະຄິດໄລ່ດອກເບ້ຍໃນທຸກໆເດືອນ.

 

   ການ​ປະກອບ​ເອກ​ກະສາ​ນ​ເງິນ​ຝາກ:

   ເອກະສານສໍາລັບ​ບຸກຄົນ:

  • ບັດປະຈຳຕົວ / ສຳມະ​ໂນ​ຄົວ/ໜັງສື​ເດີນທາງ

  • ແບບ​ຟອມ​ເປີດ​ບັນຊີ ຂອງ ສກຈຮ ສາຍ​ໃຍສຳພັນ

 

   ເອກະສານສໍາລັບບໍລິສັດ-ກົມກອງ:

  • ​ບັດປະຈຳຕົວ / ສຳມະ​ໂນ​ຄົວ/ໜັງສື​ເດີນທາງ ​ຜູ້​ທີ່​ໄດ້​ຮັບ​ອະນຸຍາດ​ໃນ​ການ​ເຄື່ອນ​ໄຫວ​ທາງ​ດ້ານ​ບັນຊີ

  • ​​ໃບ​ທະບຽນວິ​ສາ​ຫະກິດ,​ໃບ​ທະບຽນອາກອນ,​ໃບ​ອະນຸຍາດ​ໃນ​ການ​ລົງ​ທຶນ,ຂໍ້​ຕົກລົງ,​ເອກະສານ​ອື່ນໆ...

  • ແບບ​ຟອມ​ເປີດ​ບັນຊີ ຂອງ ສກຈຮ ສາຍ​ໃຍສຳພັນ

 

  ຜົນ​ໄດ້​ຮັບ:

​   ເປັນບັນຊີເງິນຝາກປະຈຳ ທີ່ຊ່ວຍທ່ານໃນການທ້ອນເງິນ ເພື່ອບັນລຸໃນເປົ້າໝາຍທີ່ທ່ານຕັ້ງໄວ້,ຊ່ວຍທ່ານເກັບຮັກສາເງິນຢ່າງປອດໄພ ແລະ ປ້ອງກັນການສູນຫາຍ,ສາມາດນຳໃຊ້ຂໍ້ມູນດັ່ງກ່າວເພື່ອຢັ້ງຢືນຖານະການເງິນໄດ້,ສະດວກໃນເວລາຝາກ-ຖອນ ແລະ ທີ່ສຳຄັນໄດ້ຮັບຜົນຕອບແທນ ຈາກການຝາກເງິນ ນຳ ສກຈຮ ສາຍໃຍສຳພັນ ກໍ່ຄືໄດ້ຮັບດອກເບ້ຍເງິນຝາກມີກຳນົດ ໃນອັດຕາດອກເບ້ຍທີ່ສູງ ຈາກ ສກຈຮ ສາຍໃຍສຳພັນ ໃນທຸກໆເດືອນ ຫຼື ຕາມເງື່ອນໄຂ ແບບຟອມທີ່ລູກຄ້າລຸບຸໄວ້ໃນແບບຟອມເງິນຝາກ ກ່ອນຝາກເງິນໃນແຕ່ລະຄັ້ງ. 
   - ສາມາດນຳໃຊ້ເງິນໃນບັນຊີ ເພື່ອເປັນຫຼັກຊັບຄ້ຳປະກັນໃນການຂໍສິນເຊື່ອຈາກ ສະຖາບັນການເງິນ ແລະ ທະນາຄານຕ່າງໆ.

ສກຈຮ ສາຍໃຍສຳພັນ

ເບີໂທຕິດຕໍ່ 041 214596

ຕິດຕໍ່ພວກເຮົາ

  • Facebook Clean
bottom of page