top of page

ຈຸດເລີ້ມຕົ້ນ 

        ກ່ອນ​ທີ່​ຈະ​ມາ​ເປັນ ສະ​ຖາ​ບັນ​ການ​ເງິນ​ຈຸ​ລະ​ພາກ​ທີ່​ຮັບ​ເງິນ​ຝາກ​ ສາຍ​​ໃຍ​ສຳພັນແຫ່ງ​ນີ້ ​​ໃນເມື່ອ​ກ່ອນມີ​ຊື່​ເດີມ​ວ່າ: ສະຫະກອນ​ສິນ​ເຊື່ອ​ເພື່ອ​ພັດທະນາ​ຄູ ​ແລະ ການ​ຜະລິດ​ນ້ອຍ ກໍ່​ຕັ້ງ​ຂຶ້ນ ​ໃນວັນທີ​ 06 ເດືອນ 10 ປີ 2001 ທີ່​ຫ້ອງ​ສະໝຸດ​ໂຮງ​ຮຽມ​ມັດທະຍົມ​ສົມບູນ​ໂພນ​ສະຫວັນ ​ນະຄອນ​ໄກສອນ​ພົມວິຫານ ແຂວງ​ສະຫວັນ​ນະ​ເຂດ ດ້ວຍ​ເງິນ​ທຶນ 100.000.000 ກີບ ຈາກ​ແນວ​ຄິດ​ລິ​ເລີ້ມ​ຂອງ​ພະນັກງານ​ຄູ​ສອນ​ຄະນິດສາດ ​ທີ່ມີ​ຈຸດປະສົງ​ເພື່ອຊ່ວຍ​ເຫຼືອທາງ​ດ້ານ​ເງິນ​ທຶນ ໃຫ້​ແກ່​ພະນັກງານ-​ຄູອາຈານ ຊຶ່ງ​ໃຫ້​ເງິນ​ກູ້ເພື່ອ​ໄປ​ຊື້​ວັດຖຸ​ອຸປະກອນ​ເຮັດ​ທຸລະ​ກິດຄອບຄົວ ​ໂດຍ​ບໍ່​ມີ​ການ​ຄໍ້າປະກັນ​ດ້ວຍ​ວັດ​ຖຸຫຼື​ອະສັງຫາລິມະ​ຊັບ​ໃດໆ.

ເງິນ​ທຶນ​​ສະຫະກອນ ​ແມ່ນໄດ້​ມາ​ຈາກພະນັກງານ​ຄູ 02 ຄອບຄົວ​ຄື:

ທ່ານ ສາຍສະໝອນ ກວານ​ເມືອງ​ຈັນ ກັບພັນ​ລະ​ຍາ ທ່ານ ນາງ​ ​ໄຍບົວ ສຸ​ລິ​ວົງ

​ແລະ

ທ່ານ ສຳພັນ​ໂຊກ ຣາຊພົນ ກັບ​ພັນ​ລະ​ຍາ ທ່ານ ນາງ ຈັນທະ​ບູນ ຣາຊພົນ

ຫັນປ່ຽນເປັນສະຖາບັນການເງິນ

        ຈາກການເຕີບໃຫຍ່ຂະຫຍາຍຕົວຂອງສະຫະກອນສິນເຊື່ອ ເພື່ອພັດທະນາຄູ ແລະ ການຜະລິດນ້ອຍ 
ມາຮອດວັນທີ 31 ກໍລະກົດ 2007 ກໍ່ໄດ້ຮັບໃບອະນຸຍາດຊົ່ວຄາວ ເປັນສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ສາຍໃຍສຳພັນແລະ ຖືເອົາວັນດັ່ງກ່າວເປັນວັນກຳເນີດ ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ສາຍໃຍສຳພັນ    ນັບແຕ່ມື້ນັ້ນເປັນຕົ້ນມາ ໂດຍສະຖາບັນມີຄຳຂວັນວ່າ:  “ຊື່ສັດ ຈິງໃຈ  ຊ່ວຍແກ້ໄຂ ແລະ ຫຼຸດຜ່ອນຄວາມທຸກຍາກ”   ຕໍ່ມາຈຶ່ງໄດ້ຮັບໃບອະນຸຍາດຖາວອນ ຈາກທະນາຄານແຫ່ງ ສປປ ລາວ ໃນວັນທີ 18 ມິຖຸນາ 2009 ຢ່າງເປັນທາງການ ສກຈຮສສ ໄດ້ໃຫ້ບໍລິການ 15 ຕົວເມືອງ ທົ່ວແຂວງສະຫວັນນະເຂດ ມີທິດທາງພາລະກິດການດຳເນີນງານ  ໄດ້ມຸ່ງເນັ້ນໄປທີ່  ການສະໜອງການບໍລິການດ້ານການເງິນ ຊຶ່ງມີ 03 ໜ້າທີ່ຫຼັກຄື: ປ່ອຍສິນເຊື່ອຂະໜາດນ້ອຍ, ຮັບຝາກເງິນ ແລະ ໃຫ້ຄຳປຶກສາທາງດ້ານການເງິນ. 

ສກຈຮສສ ປະຈຸບັນ

        ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ສາຍໃຍສຳພັນ ໃຫ້ບໍລິການໃນ 04 ແຂວງ ມີສໍານັກງານ 05 ແຫ່ງ ປະກອບມີ:
        •    ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ສາຍໃຍສຳພັນ ສໍານັກງານໃຫຍ່ 
        •    ຫ້ອງການໜ່ວຍເຄື່ອນໄຫວໄຫວຕະຫຼາດສະຫວັນໄຊ   ສະຫວັນນະເຂດ 
        •    ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ສາຍໃຍສຳພັນ ສາຂາຄຳມ່ວນ
        •    ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ສາຍໃຍສຳພັນ ສາຂາບໍລິຄຳໄຊ 
        •    ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ສາຍໃຍສຳພັນ ສາຂາຊຽງຂວາງ 

 ຫ້ອງການໜ່ວຍເຄື່ອນໄຫວຕະຫຼາດສະຫວັນໄຊ ສ້າງຕັ້ງໃນວັນທີ 15 /07/ 2010 
ສາຂາ ຄຳມ່ວນ ໄດ້ຮັບອະນຸຍາດສ້າງຕັ້ງ ໃນວັນທີ 01/09/2010
ສາຂາ ບໍລິຄຳໄຊ ໄດ້ຮັບອະນຸຍາດສ້າງຕັ້ງ ໃນວັນທີ 22/12/2015
ສາຂາ ຊຽງຂວາງ ໄດ້ຮັບອະນຸຍາດສ້າງຕັ້ງ ໃນວັນທີ 25/07/2018

    ໃນປະຈຸບັນມີຫຼາຍສະຖາບັນການເງິນ ແລະ ທະນາຄານ ໄດ້ຫັນມາໃຫ້ບໍລິການສິນເຊື່ອແກ່ພະນັກງານຫຼາຍຂຶ້ນ ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ສາຍໃຍສຳພັນ  ກໍ່ຍັງຄົງເປັນຜູ້ນຳດ້ານຜະລິດຕະພັນເງິນກູ້ສຳລັບພະນັກງານ ສາມາດສະໜອງເງິນກູ້ໃຫ້ແກ່ພະນັກງານ-ລັດຖະກອນ ໄດ້ຫຼາຍກວ່າແຫ່ງອື່ນໆ ແລະ ຍັງຄົງເຕີບໃຫຍ່ ພ້ອມຢູ່ຄຽງຂ້າງສັງຄົມລາວ ໂດຍໄດ້ປັບວິໃສທັດໃໝ່ເພື່ອໃຫ້ສອດຄ່ອງກັບສະພາບການແຂ່ງຂັນ ຊຶ່ງມຸ່ງໝັ້ນທີ່ຈະພັດທະນາບຸກຄະລາກອນ, ສ້າງການບໍລິການທີ່ມີຄຸນຄ່າ  ເພື່ອສະໜັບສະໜູນການເຕີບໃຫຍ່  ແລະ  ສ້າງຄຸນນະພາບທີ່ດີຂຶ້ນແກ່ສັງຄົມ ພ້ອມພັດທະນາອົງກອນໃຫ້ເຕີບໃຫຍ່ເທື່ອລະກ້າວ.
 

bottom of page